Jump to content

ໂຕຕ້ານໄຟຟ້າ

ຈາກ ວິກິພີເດຍ
Image
ບັນດາໂຕຕ້ານໄຟຟ້າ

ໂຕຕ້ານໄຟຟ້າ ແມ່ນ ສ່ວນປະກອບເອເລັກໂຕຣນິກ ທີ່ມີສອງສົ້ນ ມີໄວ້ເພື່ອເຮັດໃຫ້ຄວາມດັນໄຟຟ້າຫຼຸດລົງ ຕາມ ຫຼັກເກນໂອມ: . ຄວາມຕ້ານໄຟຟ້າ ຈະເທົ່າກັບ ການຫຼຸດລົງ ຂອງ ຄວາມດັນໄຟຟ້າ ລະຫວ່າງສອງສົ້ນຂອງໂຕຕ້ານໄຟຟ້າ ຫານໃຫ້ ກະແສໄຟຟ້າ ທີ່ໄຫຼຜ່ານໂຕຕ້ານໄຟຟ້າ. ໂຕຕ້ານໄຟຟ້າ ແມ່ນສ່ວນປະກອບໜຶ່ງ ຂອງ ວົງຈອນໄຟຟ້າ ຫຼື ເອເລັກໂຕຣນິກ.

ຄິດໄລ່ຄ່າຄວາມຕ້ານໄຟຟ້າຈາກແຖບສີ

[ດັດແກ້]

ໂດຍທົ່ວໄປ ໂຕຕ້ານໄຟຟ້າ ຈະມີແຖບສີ ສະແດງຄ່າຄວາມຕ້ານຂອງມັນ ແຕ່ ບາງອັນກໍ່ສະແດງໂດຍໂຕເລກ.

ໂຕຕ້ານໄຟຟ້າສີ່ແຖບ

[ດັດແກ້]

ການສະແດງຄ່າຄວາມຕ້ານໂດຍສີ່ແຖບສີ ແມ່ນ ວິທີການທີ່ໃຊ້ກັນແບບທົ່ວໄປທີ່ສຸດ. ມັນປະກອບດ້ວຍແຖບສີ່ສີ ໂດຍ ທີ່ສອງສີທຳອິດ ຈະສະແດງເຖິງ ສອງໂຕເລກມີຄວາມໝາຍ ຂອງ ຄ່າຄວມຕ້ານ, ສີທີສາມສະແດງໂຕຄູນກຳລັງສິບ ແລະ ສີສຸດທ້າຍ ສະແດງເຖິງ ຄ່າຜິດດ່ຽງ

ໂຕຢ່າງ, ຂຽວ-ຟ້າ-ເຫຼືອງ-ແດງ ແມ່ນ 56×104 Ω = 560  ± 2%).

ແຕ່ລະສີ ຈະສະແດງເຖິງໂຕເລກຕາມກຳໜົດ ດັ່ງໃນຕາຕະລາງຕໍ່ໄປນ. ຄ່າຜິດດ່ຽງຂອງ ໂຕຕ້ານໄຟຟ້າສີ່ແຖບ ແມ່ນ 1%, 5%, ຫຼື 10%.

ສີແຖບທີໜຶ່ງແຖບທີສອງແຖບທີສາມ (ໂຕຄູນ)ແຖບທີສີ່ (ຄ່າຜິດດ່ຽງ)ສຳປະສິດອຸນະພູມ
ດຳ00×100
ກາກີ11×101±1% (F)100 ppm
ແດງ22×102±2% (G)50 ppm
ແສດ33×10315 ppm
ເຫຼືອງ44×10425 ppm
ຂຽວ55×105±0.5% (D)
ຟ້າ66×106±0.25% (C)
ອິດ77×107±0.1% (B)
ເທົາ88×108±0.05% (A)
ຂາວ99×109
ຄຳ×10-1±5% (J)
ເງິນ×10-2±10% (K)
ບໍ່ມີສີ±20% (M)

ໂຕຕ້ານໄຟຟ້າຫ້າແຖບ

[ດັດແກ້]

ໂຕຕ້ານໄຟຟ້າຫ້າແຖບ ແມ່ນໃຊ້ສຳຫຼັບ ໂຕຕ້ານໄຟຟ້າທີ່ມີຄວາມຊັດເຈນສູງ ຫຼື ຄ່າຜິດດ່ຽງຕໍ່າ (1%, 0.5%, 0.25%, 0.1%). ສາມແຖບທຳອິດ ສະແດງໂຕເລກ, ແຖບທີສີ່ແມ່ນໂຕຄູນກຳລັງສິບ ແລະ ແຖບສຸດທ້າຍ ແມ່ນ ຄ່າຜິດດ່ຽງ.

ໂຕຕ້ານໄຟຟ້າເທິງແຜງ (SMT resistor)

[ດັດແກ້]
Image
ໂຕຕ້ານໄຟຟ້າເທິງແຜງ

ໂຕຕ້ານໄຟຟ້າເທິງແຜງ ຈະມີໂຕເລກສະແດງຄ່າຄວາມຕ້ານພິມໃສ່ ໂຕຢ່າງ:

"334"= 33 × 10,000 ohms = 330 kilohms
"222"= 22 × 100 ohms = 2.2 kilohms
"473"= 47 × 1,000 ohms = 47 kilohms
"105"= 10 × 100,000 ohms = 1 megohm

ໂຕຕ້ານໄຟຟ້າ ນ້ອຍກວ່າ 100 ohms ຈະຂຽນວ່າ: 100, 220, 470. ເລກສູນສຸດທ້າຍສະແດງເຖິງ ກຳລັງສູນ ຂອງ ສິບ ເຊິ່ງ ເທົ່າໜຶ່ງ. ໂຕຢ່າງ:

"100"= 10 × 1 ohm = 10 ohms
"220"= 22 × 1 ohm = 22 ohms

ບາງເທື່ອ ຄ່າ ອາດຈະສະແດງໂດຍ "10" ຫຼື "22" ເພື່ອຫຼີກລ້ຽງການເຂົ້າໃຈຜິດ.

ໂຕຕ້ານໄຟຟ້າ ນ້ອຍກວ່າ 10 ohms ຈະມີ 'R' ສະແດງເຖິງ ທີ່ຕັ້ງຂອງ ຈຸດ. ໂຕຢ່າງ:

"4R7"= 4.7 ohms
"0R22"= 0.22 ohms
"0R01"= 0.01 ohms

ໂຕຕ້ານໄຟຟ້າຊັດເຈນ ຈະໝາຍໂດຍ ໂຕເລກສີ່ໂຕ ໂດຍທີ່ສາມໂຕເລກທຳອິດສະແດງເຖິງຄ່າ ແລະ ໂຕເລກສຸດທ້າຍແມ່ນໂຕຄູນຂອງກຳລັງສິບ. ໂຕຢ່າງ:

"1001"= 100 × 10 ohms = 1 kilohm
"4992"= 499 × 100 ohms = 49.9 kilohm
"1000"= 100 × 1 ohm = 100 ohms

ໂຕຕ້ານໄຟຟ້າຕາມປະເພດສ່ວນປະກອບ

[ດັດແກ້]
  • ກາກບອນປະສົມ
  • ຟິມກາກບອນ
  • ຟິມບາງແລະໜາ
  • ຟິມໂລຫະ
  • ເສັ້ນເຄືອບ

ແລະອື່ນໆ